Thursday, June 25, 2015

ທ່ານ ຮອງນາຍົກລັດຖະມົນຕີ ຊີ້ນໍາ ໂຄງການເຂື່ອນໄຟຟ້ານ້ຳທາ 1


ໃນໂອກາດທີ່ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານ ເສດຖະກິດ ການຜະລິດ ແລະ ຈໍລະຈອນ ພ້ອມດ້ວຍຄະນະ ເດີນທາງ ມາເຄື່ອນໄຫວ ຢ້ຽມຢາມ ເຮັດວຽກຢູ່ ແຂວງບໍ່ແກ້ວ .ຄະນະ ຂອງທ່ານຮອງນາຍົກລັດຖະມົນຕີ ໄດ້ເຮັດວຽກ ຮ່ວມກັບ ບໍລິສັດໄຟຟ້ານ້ຳທາ 1 ລາວຈຳກັດ .

ສັ່ງໂຈະໂຄງການກໍ່ສ້າງສູນການຄ້າ ຂອງບໍລິສັດ ຫຼົງຟູລົງທຶນ ຊົ່ວຄາວ


ໃນ​ວັນ​ທີ 18 ມິຖຸນາ 2015 ທີ່​ສະພາ​ແຫ່ງ​ຊາດ ທ່ານ ​ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ ວ່າການ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ໄດ້​ໄຂ​ຂໍ້​ຂ້ອງ​ໃຈຂອງ​ປະຊາຊົນ​ທີ່​ໄດ້​ໂທ​ເຂົ້າ​ສາຍດ່ວນ​ສະພາ ໃນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາແຫ່ງ​ຊາດ​ຊຸດ​ທີ VII.

ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ ບໍລິສັດ ຫຼົງ​ຟູ (ຈີນ) ທີ່​ສ້າງ​ຕຶກ 3 ຊັ້ນ ກວມ​ເອົາ​ຄອງ​ນ້ຳ (ຢູ່​ບ້ານໂພນ​ສະອາດ) ໂດຍ​ສະເພາະ ເສັ້ນທາງ​ລຽບ​ຕາມ​ຄອງ​ນ້ຳ ທີ່​ປະຊາ​ຊົນ​ທຽວ​ໄປ​ມາ​ນັ້ນ ພາໃຫ້​ບໍ່ສາມາດ​ທຽວ​ໄດ້​ຄືເກົ່າວ່າ: ອີງຕາມ​ການ​ລາຍ​ງານ​ຂອງ​ກົມ​ຜັງເມືອງ​ໃນ​ເບື້ອງ​ຕົ້ນ ໂຄງການ​ດັ່ງກ່າວ ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຕາມ​ແຈ້ງການ​ແນະນຳ ສະບັບ​ເລກ​ທີ 015/​ຈນວ ລົງ​ວັນ​ທີ 22/12/2013 ມາ​ຮອດ​ວັນ​ທີ 22/12/2014 ໄດ້​ມີ​

Wednesday, June 24, 2015

ທ່ານ ອາຊາງ ລາວລີ ເນັ້ນບາງບັນຫາຕໍ່ການຈັດຕັ້ງປະຕິບັດ ແລະ ຮັບຮອງຜົນການກວດກາປະເມີນຄວາມທຸກຍາກ 5 ປີ


ພາຍຫຼັງດຳເນີນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ແລະ ຮັບຮອງຜົນການກວດກາ-ປະເມີນ ຄວາມທຸກຍາກ ແລະ ການພັດທະນາ 5 ປີ (2011-2015) ມາແຕ່ວັນທີ 22 ມິຖຸນາ 2015 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ(ICTC ຫຼັກ 5). ມາຮອດຕອນເຊົ້າຂອງວັນທີ 23 ມິຖຸນາ 2015 ກອງປະຊຸມດັ່ງກ່າວ ກໍ່ໄດ້ອັດລົງ ດ້ວຍຜົນສຳເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານການປົກຄອງ, ຜູ້ຊີ້ນຳຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ(ຄພທສ) ທັງເປັນຫົວໜ້າຄະນະຊີ້ນຳ ການກວດກາປະເມີນ ຄວາມທຸກຍາກ ແລະ ການພັດທະນາ 5 ປີ ແລະ ທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳ ຫ້ອງວ່າການລັດຖະບານ, ຫົວໜ້າ ຄພທສ ເຊິ່ງມີບັນດາລັດຖະມົນຕີຊ່ວຍວ່າການ, ຮອງປະທານ, ຮອງຫົວໜ້າອົງການ, ຫົວໜ້າກົມ, ຜູ້ຕາງໜ້າຈາກທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

Tuesday, June 23, 2015

ມອບຮັບໜ້າທີ່ເລຂາພັກແຂວງ ເຈົ້າແຂວງໆຫຼວງນ້ຳທາ


ພິທີມອບ-ຮັບໜ້າທີ່ເລຂາພັກແຂວງ, ເຈົ້າແຂວງໆຫຼວງນ້ຳທາ ລະຫວ່າງ ທ່ານ ດຣ. ພິມມະສອນ ເລືອງຄຳມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງນ້ຳທາ ຜູ້ເກົ່າ ແລະ ທ່ານ ເພັດຖາວອນ ພິລາວັນ ເລຂາພັກແຂວງ, ເຈົ້າແຂວງຫຼວງນ້ຳທາ ຜູ້ໃໝ່ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນແລງ ຂອງວັນທີ 21 ມິຖຸນາ 2015 ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງແຂວງຫຼວງນ້ຳທາ ໂດຍໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ການຜະລິດ ແລະ ຈໍລະຈອນ; ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານອາວຸໂສບຳນານ ກໍ່ໄດ້ເຂົ້າຮ່ວມ.