Thursday, June 25, 2015
ທ່ານ ຮອງນາຍົກລັດຖະມົນຕີ ຊີ້ນໍາ ໂຄງການເຂື່ອນໄຟຟ້ານ້ຳທາ 1
ໃນໂອກາດທີ່ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານ ເສດຖະກິດ ການຜະລິດ ແລະ ຈໍລະຈອນ ພ້ອມດ້ວຍຄະນະ ເດີນທາງ ມາເຄື່ອນໄຫວ ຢ້ຽມຢາມ ເຮັດວຽກຢູ່ ແຂວງບໍ່ແກ້ວ .ຄະນະ ຂອງທ່ານຮອງນາຍົກລັດຖະມົນຕີ ໄດ້ເຮັດວຽກ ຮ່ວມກັບ ບໍລິສັດໄຟຟ້ານ້ຳທາ 1 ລາວຈຳກັດ .
ໃນການເຮັດວຽກ ຂອງຄະນະທ່ານ ຮອງນາຍົກລັດຖະມົນຕີ ຄັ້ງນີ້, ທ່ານສູນເພິ່ງ ຮອງປະທານ ບໍລິສັດໄຟຟ້ານໍ້າທາ 1 ລາວຈໍາກັດ ໄດ້ລາຍງານ ການຈັດຕັ້ງ ປະຕິບັດ ໂຄງການ ກໍ່ສ້າງເຂື່ອນ ໂດຍຫຍໍ້ວ່າ: ເຂື່ອນ ໄຟຟ້າ ນໍ້າທາ 1 ເປັນໂຄງການໜຶ່ງ ທີ່ມີມູນຄ່າການລົງທຶນ ທັງໝົດ 447 ລ້ານໂດລາສະຫະລັດ ໂດຍເປັນຮ່ວມທຶນ ລະຫວ່າງ ບໍລິສັດ ວິສາຫະກິດ ໄຟຟ້າສາກົນ ພາກໄຕ້ຈີນ 80 ສ່ວນຮ້ອຍ ແລະ ບໍລິສັດ ລັດ ວິສາຫະກິດ ໄຟຟ້າລາວ 20 ສ່ວນຮ້ອຍ. ຜ່ານການ ຈັດຕັ້ງປະຕິບັດ ການກໍ່ສ້າງ ເລີ່ມແຕ່ວັນທີ 28 ທັນວາ 2013ມາຮອດປະຈຸບັນ ສາມາດດຳເນີນໄປແລ້ວ 4 ໜ້າວຽກໃຫຍ່ ຄື: ວຽກງານ ກໍ່ສ້າງເສັ້ນທາງປູຢາງ ແຕ່ທາງ R3 ບ້ານນໍ້າທຸງ ຮອດບ້ານນໍ້າທາ ມີຄວາມຍາວ 34 ກິໂລແມັດ, ສຳເລັດແລ້ວ 95 ສ່ວນຮ້ອຍ, ວຽກງານ ການຈັດສັນທີ່ຢູ່ອາໄສ ຂອງປະຊາຊົນ ເມືອງນາແລ ແຂວງຫຼວງນໍ້າທາ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ມີທັງໝົດ ຈຳນວນ 37 ບ້ານ, ໃນນັ້ນ ເມືອງຜາອຸດົມ ມີ 10 ບ້ານ ປະຈຸບັນ ສຳເລັດກໍ່ສ້າງ 20 ສ່ວນຮ້ອຍ%,ສ້າງເຂື່ອນກັນນໍ້າ ສຳເລັດ 15 ສ່ວນຮ້ອຍ%,ການເຈາະອຸມົງ ລະບາຍນໍ້າ ມີຄວາມຍາວ 529 ແມັດ, ສຳເລັດແລ້ວ 70 ສ່ວນຮ້ອຍ%. ຕາມແຜນການ ເຂື່ອນໄຟຟ້າແຫ່ງນີ້ ຈະສຳເລັດ ການກໍ່ສ້າງ ໃນຕົ້ນເດືອນຕຸລາ 2017 ໂດຍມີກຳລັງຕິດຕັ້ງໄຟຟ້າ 168 ເມກາວັດ ຈາກໂຮງຜະລິດ ກະແສໄຟຟ້າ ຈຳນວນ 3 ເຄື່ອງ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະແດງ ຄວາມຊົມເຊີຍ ແລະ ເຊື່ອໝັ້ນ ວ່າ: ໂຄງການດັ່ງກ່າວ ຈະຈັດຕັ້ງ ປະຕິບັດໃຫ້ສໍາເລັດ ຕາມແຜນການ ທີ່ວາງໄວ້. ເຖິງແນວໃດກໍ່ດີ ໃນໂອກາດ ມາຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ເນັ້ນໜັກ ໃຫ້ບໍລິສັດໄຟຟ້ານ້ຳທາ 1 ລາວຈຳກັດ ເອົາໃຈໃສ່ ກວດກາເບິ່ງຄືນ ໃນການຈັດສັນທີ່ຢູ່ອາໄສ ແລະ ອາຊີບໃໝ່ ໃຫ້ປະ ຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ເປັນຕົ້ນ ມາດຕະຖານເຮືອນ ຂອງປະຊາຊົນ ທີ່ກໍ່ສ້າງໃໝ່, ການຈັດສັນ ເນື້ອທີ່ດິນ ທຳການຜະລິດ, ການສົ່ງເສີມ ຊຸກຍູ້ປະຊາຊົນ ເຮັດທຳການຜະລິດ ດ້ວຍໃຫ້ການ ຊ່ວຍເຫຼືອ ດ້ານວິຊາການ ເຕັກນິກການປູກ, ສະໜອງແນວພັນພືດ-ແນວພັນສັດ ໃຫ້ເໝາະສົມ ເພື່ອໃຫ້ເຂົາເຈົ້າ ສາມາດຜະລິດສະບຽງອາຫານ ສະໜອງໃຫ້ແກ່ຄອບຄົວ ແລະ ສາມາດຜະລິດ ເປັນສິນຄ້າ ອັນນີ້, ກໍ່ເພື່ອເຮັດໃຫ້ ເຂົາເຈົ້າ ມີລາຍຮັບ ໃຫ້ດີຂຶ້ນກວ່າເກົ່າ ທັງເປັນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຕາມແນວທາງຂອງພັກ ແລະ ລັດຖະບານວາງອອກ.
Subscribe to:
Post Comments (Atom)

No comments:
Post a Comment