Wednesday, June 24, 2015

ທ່ານ ອາຊາງ ລາວລີ ເນັ້ນບາງບັນຫາຕໍ່ການຈັດຕັ້ງປະຕິບັດ ແລະ ຮັບຮອງຜົນການກວດກາປະເມີນຄວາມທຸກຍາກ 5 ປີ


ພາຍຫຼັງດຳເນີນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ແລະ ຮັບຮອງຜົນການກວດກາ-ປະເມີນ ຄວາມທຸກຍາກ ແລະ ການພັດທະນາ 5 ປີ (2011-2015) ມາແຕ່ວັນທີ 22 ມິຖຸນາ 2015 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ(ICTC ຫຼັກ 5). ມາຮອດຕອນເຊົ້າຂອງວັນທີ 23 ມິຖຸນາ 2015 ກອງປະຊຸມດັ່ງກ່າວ ກໍ່ໄດ້ອັດລົງ ດ້ວຍຜົນສຳເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານການປົກຄອງ, ຜູ້ຊີ້ນຳຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ(ຄພທສ) ທັງເປັນຫົວໜ້າຄະນະຊີ້ນຳ ການກວດກາປະເມີນ ຄວາມທຸກຍາກ ແລະ ການພັດທະນາ 5 ປີ ແລະ ທ່ານ ບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳ ຫ້ອງວ່າການລັດຖະບານ, ຫົວໜ້າ ຄພທສ ເຊິ່ງມີບັນດາລັດຖະມົນຕີຊ່ວຍວ່າການ, ຮອງປະທານ, ຮອງຫົວໜ້າອົງການ, ຫົວໜ້າກົມ, ຜູ້ຕາງໜ້າຈາກທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.





ພາຍຫຼັງກອງປະຊຸມ ໄດ້ຮັບຟັງການລາຍງານ ການຕີລາຄາສະພາບການຈັດຕັ້ງປະຕິບັດການກວດກາປະເມີນຄວາມທຸກຍາກ ແລະ ການພັດທະນາ 5 ປີໂດຍສະເພາະແມ່ນປີທີ 5 ແລະ ລາຍງານຜົນຂອງການກວດກາປະເມີນຄວາມທຸກຍາກ ແລະ ການພັດທະນາ ຕາມມາດຕະຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາ ຊຶ່ງປະກາດໃຊ້ມາຕັ້ງແຕ່ປີ 2009 ແລະ ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ປີ 2011 ຈົນຮອດ 2015. ຜົນຂອງການກວດກາ-ປະເມີນ ໃນຕະຫຼອດໄລຍະ 5 ປີ ໄດ້ເປັນຕົວວັດແທກຄວາມຄືບໜ້າ ຂອງການສູ້ຊົນບັນລຸ ຄາດໝາຍແກ້ໄຂຄວາມທຸກຍາກ ກໍ່ຄື ສ້າງບ້ານພັດທະນາ, ສ້າງບ້ານໃຫ່ຍ ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຕາມ 4 ເນື້ອໃນ 4 ຄາດ ໝາຍທີ່ໄດ້ວາງໄວ້ ໃນມະຕິກອງປະຊຸມໃຫ່ຍ ຄັ້ງທີ 9ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 7 ແລະ ແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ 5 ປີ ກໍ່ຄືແຜນພັດທະນາຂອງທ້ອງຖິ່ນ. ກອງປະຊຸມ ໄດ້ມີການເຈາະຈີ້ມ ແລະ ປະກອບຄວາມເຫັນ ກ່ຽວກັບສະພາບການຈັດຕັ້ງປະຕິບັດ ການກວດກາປະເມີນ ໃນຕະຫຼອດໄລຍະ 5 ປີ ຜ່ານມາ ໂດຍສະເພາະ ຊີ້ໃຫ້ເຫັນຂໍ້ສະດວກ ຂໍ້ຫຍຸ້ງຍາກ, ສິ່ງທີ່ຄວນປັບປຸງແກ້ໄຂໃນຕໍ່ໜ້າ ກ່ຽວກັບການປັບປຸງດຳລັດ ວ່າດ້ວຍມາດຕະຖານການພັດທະນາ ຊຶ່ງຮຽກຮ້ອງໃຫ້ມີການຍົກລະດັບຄຸນນະພາບ ຂອງທັງໝົດບັນດາ ມາດຕະຖານນາມມະຍົດບ້ານຕ່າງໆ ທີ່ປະກອບເປັນມາດຕະຖານບ້ານພັດທະນາ ກໍ່ຄືບ້ານໃຫ່ຍ ກາຍເປັນຕົວເມືອງນ້ອຍໃນຊົນນະບົດ; ຕະຫຼອດຮອດວິທີວິທະຍາ ແລະ ການຕີ ຄວາມໝາຍຂອງແຕ່ລະມາດຕະຖານ ກໍ່ຄວນໄດ້ມີການປັບປຸງທີ່ໄດ້ເປັນເອກະພາບ ຢັ້ງຢືນເອົາຜົນການກວດກາປະເມີນ 5 ປີ ເພື່ອລາຍງານລັດຖະບານຮອງຮັບ ແລະ ປະກາດໃຊ້ ຢ່າງເປັນທາງການ.

ໂອກາດນີ້, ທ່ານ ອາຊາງ ລາວລີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ກ່າວວ່າ: ຜົນຂອງການກວດກາດັ່ງກ່າວ ໄດ້ຊີ້ໃຫ້ເຫັນວ່າໃນໄລຍະເວລາ 5 ປີ ພວກເຮົາມີຄວາມຄືບໜ້າຫຼາຍດ້ານ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຫຼາຍຄອບຄົວ, ຫຼາຍບ້ານ ແລະ ຫຼາຍເມືອງ ກໍ່ໄດ້ພົ້ນທຸກ; ອັນເດັ່ນໄປກວ່ານັ້ນ ພວກເຮົາສ້າງໄດ້ຄອບຄົວພັດທະນາ ແລະ ບ້ານພັດທະນາ ເພີ່ມຂຶ້ນຢ່າງຫຼວງຫຼາຍ ພິເສດ ແມ່ນພວກເຮົາສ້າງໄດ້ 11 ບ້ານໃຫຍ່ ກາຍເປັນຕົວເມືອງນ້ອຍຢູ່ຊົນນະບົດ. ເຖິງແມ່ນວ່າ ຈະມີຜົນງານຫຼາຍປານໃດກໍ່ຕາມ ໃນຊຸມປີຕໍ່ໜ້າ ພວກເຮົາຍັງຈະຕ້ອງໄດ້ສຸມໃສ່ຢ່າງໜັກໜ່ວງ ແລະ ເປັນສິ່ງທ້າທາຍທີ່ສຸດ ເພື່ອນຳພາປະເທດຊາດ ອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2020. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ພວກເຮົາ ຕ້ອງຕັດສິນໃຈ ແລະ ເອົາໃຈໃສ່ສູ້ຊົນບາງບັນຫາ ຄື: (1) ຄະນະພັກອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງເອົາໃຈໃສ່ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໂດຍສະເພາະ ກ່ຽວກັບການກວດກາປະເມີນ ເພື່ອສ້າງຂໍ້ມູນໃຫ້ທ້ອງຖິ່ນ, ເມືອງ ແລະ ແຂວງ ຂອງຕົນ ໄວ້ເປັນຕົ້ນຕໍ ເພື່ອໃຊ້ເຂົ້າໃນການວາງແຜນລະອຽດ ໃນທ້ອງຖິ່ນ, ເມືອງ, ແຂວງທີ່ຕົນຮັບຜິດຊອບ; (2) ຄະນະພັກ, ອົງການປົກຄອງ ແລະ ຂະແໜງການ ຕ້ອງເອົາໃຈໃສ່ຢ່າງຈິງຈັງ ໃນການຊີ້ນຳ, ລະດົມທຶນຮອນເຂົ້າຊ່ວຍ ເພື່ອເຮັດໃຫ້ການກວດກາດຳເນີນໄປທັນເວລາ ແລະ ເຂົ້າຮ່ວມການຈັດຕັ້ງເກັບກຳ ກໍ່ຄືສະຫຼຸບສັງລວມຂໍ້ມູນ ຕັ້ງແຕ່ຕົ້ນ ຮັບປະກັນຜົນອອກມາ ໃຫ້ຊັດເຈນ, ສົມເຫດສົມຜົນ ກັບຄວາມເປັນຈິງຂອງທ້ອງຖິ່ນ ກໍ່ຄືຂະແໜງການຂອງຕົນ; (3) ທຸກໆຂະແໜງການ ຕ້ອງເປັນເຈົ້າການໃຫ້ຄວາມຮ່ວມມື ໂດຍສະເພາະ ແມ່ນການປະເມີນ ແລະ ຮອງຮັບເອົາບ້ານທີ່ມີຜົນສຳເລັດ ເພື່ອເຮັດໃຫ້ການກວດກາປະເມີນຄວາມທຸກຍາກ ແລະ ການພັດທະນາມີຄວາມສະດວກ, ເໝາະສົມ ແລະ ຊັດເຈນ; (4) ທຸກໆຂະແໜງການ, ເມືອງ ແລະ ແຂວງ ລວມເຖິງ ບັນດາສະຖາບັນການສຶກສາຄົ້ນຄວ້າ ຢູ່ສູນກາງ ແລະທ້ອງຖິ່ນ, ບັນດາອົງການຈັດຕັ້ງ ແລະ ຄູ່ຮ່ວມພັດທະນາ ຕ້ອງວິເຄາະວິໄຈ ແລະ ຜັນຂະຫຍາຍ ນຳເອົາຜົນການກວດກາປະເມີນນີ້ ນຳໃຊ້ເຂົ້າໃນການຮ່າງແຜນການ 5 ປີ, ຍຸດທະສາດ ແລະ ວິໄສທັດ ເພື່ອການພັດທະນາ ແລະ ລຶບລ້າງຄວາມທຸກຍາກ ໃນຕໍ່ໜ້າ; (5) ໃຫ້ສົມທົບກັນຈັດຕັ້ງການເຜີຍແຜ່ ເຊື່ອມຊຶມ ຜົນຂອງການກວດກາປະເມີນ ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ສະຖາບັນການເງິນສາກົນ, ຕົວແທນຜູ້ໃຫ້ທຶນ, ອົງການຈັດຕັ້ງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ເພື່ອລະດົມທຶນເຂົ້າໃນການພັດທະນາ ແກ້ໄຂຄວາມທຸກຍາກ; (6) ຕ້ອງສົ່ງເສີມວຽກງານຄົ້ນຄວ້າ, ປັບປຸງ ແລະ ຍົກມາດຕະຖານຄວາມທຸກຍາກ ແລະ ການພັດທະນາ ໃຫ້ສູງ ແລະ ມີປະສິດທິພາບກວ່າເກົ່າ; ເປີດກວ້າງການແລກປ່ຽນບົດຮຽນ ກັບບັນດາກະຊວງ, ອົງການ ກໍ່ຄືຕ່າງປະເທດ ດ້ວຍການຈັດສຳມະນາ, ປາຖະກະຖາ ແລະ ກອງປະຊຸມວິທະຍາສາດ. ພ້ອມທັງ ຊຸກຍູ້ໃຫ້ບັນດາກະຊວງ, ຂະແໜງການ ທີ່ຍັງບໍ່ທັນມີນິຕິກຳຮອງຮັບ ໃຫ້ໄດ້ຮ່າງ ແລະ ສ້າງຂຶ້ນມາ ເພື່ອກວດກາປະເມີນໃນສາຍຕັ້ງຂອງຕົນ; (7) ສືບຕໍ່ຍົກສູງຂີດຄວາມສາມາດ ໃຫ້ຄະນະພັກ ອຳນາດການປົກຄອງທ້ອງຖິ່ນ, ເຖົ້າແກ່ແນວໂຮມ ໃນການເກັບກຳ, ສັງລວມ, ນໍາໃຊ້ຂໍ້ມູນ ເຂົ້າໃນການສ້າງເປັນແຜນການ, ໂຄງການແກ້ໄຂຄວາມທຸກຍາກ, ສ້າງບ້ານ ໃຫ້ເປັນຫົວໜ່ວຍພັດທະນາ, ສ້າງບ້ານໃຫຍ່ ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດ ຕາມ 4 ເນື້ອໃນ 4 ຄາດໜາຍ ເສີມຂະຫຍາຍ ຜົນສຳເລັດອັນພົ້ນເດັ່ນ ສ້າງບາດກ້າວບຸກທະລຸ ໃຫ້ແຂງແຮງຕື່ມອີກ ເພື່ອສ້າງທ່ວງທ່າໃໝ່ ໃນການພັດທະນາໃນຊຸມປີຕໍ່ໜ້າ.

No comments:

Post a Comment