Thursday, June 25, 2015

ສັ່ງໂຈະໂຄງການກໍ່ສ້າງສູນການຄ້າ ຂອງບໍລິສັດ ຫຼົງຟູລົງທຶນ ຊົ່ວຄາວ


ໃນ​ວັນ​ທີ 18 ມິຖຸນາ 2015 ທີ່​ສະພາ​ແຫ່ງ​ຊາດ ທ່ານ ​ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ ວ່າການ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ໄດ້​ໄຂ​ຂໍ້​ຂ້ອງ​ໃຈຂອງ​ປະຊາຊົນ​ທີ່​ໄດ້​ໂທ​ເຂົ້າ​ສາຍດ່ວນ​ສະພາ ໃນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາແຫ່ງ​ຊາດ​ຊຸດ​ທີ VII.

ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ ບໍລິສັດ ຫຼົງ​ຟູ (ຈີນ) ທີ່​ສ້າງ​ຕຶກ 3 ຊັ້ນ ກວມ​ເອົາ​ຄອງ​ນ້ຳ (ຢູ່​ບ້ານໂພນ​ສະອາດ) ໂດຍ​ສະເພາະ ເສັ້ນທາງ​ລຽບ​ຕາມ​ຄອງ​ນ້ຳ ທີ່​ປະຊາ​ຊົນ​ທຽວ​ໄປ​ມາ​ນັ້ນ ພາໃຫ້​ບໍ່ສາມາດ​ທຽວ​ໄດ້​ຄືເກົ່າວ່າ: ອີງຕາມ​ການ​ລາຍ​ງານ​ຂອງ​ກົມ​ຜັງເມືອງ​ໃນ​ເບື້ອງ​ຕົ້ນ ໂຄງການ​ດັ່ງກ່າວ ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຕາມ​ແຈ້ງການ​ແນະນຳ ສະບັບ​ເລກ​ທີ 015/​ຈນວ ລົງ​ວັນ​ທີ 22/12/2013 ມາ​ຮອດ​ວັນ​ທີ 22/12/2014 ໄດ້​ມີ​



ໜັງສື​ຂອງ​ບໍລິສັດ ຫຼົງຝູລົງທຶນ ຈຳກັດ ຫາ​ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນວ ກ່ຽວ​ກັບ​ການ​ຂໍອະນຸຍາດ​ການສ້າງ​ອາຄານ​ກວມ​ເອົາ​ຮ່ອງ​ລະບາຍ​ນ້ຳ (ຮ່ອງ​ໄກ່ແກ້ວ) ຜ່ານການ​ຄົ້ນຄວ້າ​ຂອງ​ພະ​ແນກໂຍທາ​ທິ​ການ ແລະ ຂົນສົ່ງ ນວ ໂດຍ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ໃນ​ເບື້ອງ​ຕົ້ນ​ ເຫັນ​ວ່າ​ຂອບເຂດ​ການ​ກໍ່ສ້າງ​ສູນ​ການ​ຄ້າ​ບໍ​ລິສັດ ຫຼົງ​ຝູລົງທຶນ ຈຳກັດ ແມ່ນບໍ່​ໃຫ້​ກວມ​ເອົາ​ເຂດ​ຮ່ອງ​ລະບາຍນ້ຳ​ຮ່ອງ​ໄກ່ແກ້ວ ແລະ ເສັ້ນທາງແຄມ​ຮ່ອງ​ສອງ​ເບື້ອງ ເຊິ່ງ​ແມ່ນຂອບ​ເຂດ​ຫວງ​ຫ້າມ ບໍ່​ໃຫ້​ມີ​ການປຸກ​ສ້າງ (ແຕ່​ບໍລິສັດ​ດັ່ງກ່າວ​ລະເມີດ) ປັດຈຸບັນ ພະ​ແນກ​ໂຍທາທິ​ການ ແລະ ຂົນສົ່ງ ນວ ໄດ້​ສັ່ງໂຈະ​ໂຄງການ​ດັ່ງກ່າວ​ຊົ່ວຄາວ ແລະ ໃຫ້​ໂຄງການ​ດັ່ງກ່າວ​ ເປີດເສັ້ນທາງ​ແຄມ​ຮ່ອງ 2 ເບື້ອງ ເພື່ອ​ໃຫ້​ປະຊາຊົນ​ໄດ້​ສັນຈອນ​ເຂົ້າ​ອອກ​ຄືນ​ເປັນ​ປົກກະຕິ ແລະ ພະແນກ ​ຍທຂ ນວ ກໍ່​ໄດ້​ເຮັດ​ບົດ​ບັນທຶກ​ດັ່ງກ່າວ ​ເພື່ອ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ ໂດຍ​ສະເພາະໃນ​ໄລຍະ​ລະດູຝົນ ບໍ່​ໃຫ້​ຮ່ອງ​ຖື​ອຸດ​ຕັນໃນ​ບໍລິເວນ​ດັ່ງກ່າວ ​ເຊິ່ງ​ຈະ​ເຮັດໃຫ້​ນ້ຳ​ຖ້ວມ​ໃນ​ບໍລິເວນ​ໃກ້​ຄຽງ.

ຕໍ່​ບັນຫາ​ນີ້ ກະຊວງໂຍທາ​ທິການ ແລະ ຂົນສົ່ງ ໃນ​ນາມ​ເຮັດໜ້າທີ່​ມະຫາ​ພາກ ຈະ​ໄດ້​ຊີ້​ນຳ​ຊຸກຍູ້​ໃຫ້​ພະ​ແນກ ​ຍທຂ ນວ ສົມທົບກັບ​ຫ້ອງການ ​ຍທຂ ເມືອງ​ ລົງຕິດຕາມ​ກວດກາ​ສະພາບ​ຕົວ​ຈິງ ພ້ອມ​ທັງ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່ເກີດ​ຂຶ້ນ ​ຕາມ​ລະບຽບ​ກົດໝາຍ​ທີ່ມີ​ແລ້ວ​ຢ່າງ​ເຂັ້ມ​ງວດ ເຊັ່ນ: ກົດໝາຍວ່າ​ດ້ວຍ​ຜັງເມືອງ ກົດໝາຍວ່າ​ດ້ວຍ​ການ​ກໍ່ສ້າງ ແລະ ກົດລະບຽບ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງປຸກ​ສ້າງ ສະບັບ​ເລກ​ທີ 621/​ກຄຜ ລົງ​ວັນ​ທີ 11/11/2013.

No comments:

Post a Comment