Tuesday, June 23, 2015

ມອບຮັບໜ້າທີ່ເລຂາພັກແຂວງ ເຈົ້າແຂວງໆຫຼວງນ້ຳທາ


ພິທີມອບ-ຮັບໜ້າທີ່ເລຂາພັກແຂວງ, ເຈົ້າແຂວງໆຫຼວງນ້ຳທາ ລະຫວ່າງ ທ່ານ ດຣ. ພິມມະສອນ ເລືອງຄຳມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງນ້ຳທາ ຜູ້ເກົ່າ ແລະ ທ່ານ ເພັດຖາວອນ ພິລາວັນ ເລຂາພັກແຂວງ, ເຈົ້າແຂວງຫຼວງນ້ຳທາ ຜູ້ໃໝ່ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນແລງ ຂອງວັນທີ 21 ມິຖຸນາ 2015 ຢູ່ທີ່ສະໂມສອນ ຫ້ອງວ່າການປົກຄອງແຂວງຫຼວງນ້ຳທາ ໂດຍໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ການຜະລິດ ແລະ ຈໍລະຈອນ; ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານອາວຸໂສບຳນານ ກໍ່ໄດ້ເຂົ້າຮ່ວມ.





ໂອກາດນີ້, ທ່ານ ນາງ ວົງຄຳ  ສຸທຳມະວົງ ຕາງໜ້າຄະນະຈັດຕັ້ງສູນກາງ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກທີ 62/ຄລສພ ລົງວັນທີ 26 ພຶດສະພາ 2015 ແລະ ລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 078/ປປທ ລົງວັນທີ 3 ມິຖຸນາ 2015 ວ່າດ້ວຍການແຕ່ງຕັ້ງທ່ານ ເພັດຖາວອນ ພິລາວັນ ເປັນເຈົ້າແຂວງໆຫຼວງນ້ຳທາ; ດຳລັດ ຂອງທ່ານນາຍົກລັດຍົກລັດຖະມົນຕີ ສະບັບເລກທີ 43/ນຍ ລົງວັນທີ 22 ພຶດສະພາ 2015 ວ່າດ້ວຍການແຕ່ງຕັ້ງ ທ່ານ ດຣ. ເພັງສະຫວັນ  ດາວພອນຈະເລີນ ເປັນຮອງ ເຈົ້າແຂວງໆຫຼວງນ້ຳທາ.
ໃນໂອກາດດຽວກັນນີ້, ທ່ານ ດຣ. ພິມມະສອນ ເລືອງຄຳມາ ກໍາມະການສູນກາງພັກ, ເລຂາພັກ ແຂວງ ເຈົ້າແຂວງໆຫຼວງນ້ຳທາຜູ້ເກົ່າ ກໍ່ໄດ້ລາຍງານ: ຕະຫຼອດໄລຍະ 10 ປີ ທີ່ຜ່ານມາ ໄດ້ຄຽງບ່າຄຽງໄຫຼ່ກັບ ບັນດາຄະນະນຳຂອງແຂວງ, ເມືອງ ແລະ ອຳນາດການປົກຄອງທຸກຂັ້ນ ເຊິ່ງເຮັດໃຫ້ຄວາມສາມັກຄີພາຍໃນການນຳ, ພາຍໃນພັກ, ພະນັກງານ ແລະ ປະຊາຊົນທົ່ວແຂວງ ໄດ້ຮັບການຍົກສູງ ຂຶ້ນເປັນກ້າວໆ ນັ້ນໄດ້ກາຍເປັນສ່ວນປະກອບອັນສໍາຄັນ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງແຂວງ ກ້າວຂຶ້ນຢ່າງໜັກແໜ້ນ, ເຮັດໃຫ້ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍໃນລະດັບ 7,8 ສ່ວນຮ້ອຍຕໍ່ປີ. ສະເພາະປີ 2015 ລວມຍອດຜະລິດຕະພັນພາຍໃນ ບັນລຸ 2.156 ຕື້ກີບ ສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 1.540 ໂດລາຕໍ່ຄົນຕໍ່ປີ.
ຈາກນັ້ນ,  ທ່ານເລຂາພັກແຂວງ, ເຈົ້າແຂວງໆຫຼວງນ້ຳທາຜູ້ໃໝ່ ກໍ່ໄດ້ກ່າວຮັບໜ້າທີ່ຕຳແໜ່ງ ເຊິ່ງທ່ານໄດ້ກ່າວວ່າ: ເພື່ອສືບຕໍ່ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍນີ້, ຂ້າພະເຈົ້າ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງພາຍໃນແຂວງ ຈະສຸມທຸກສະຕິປັນຍາ-ເຫື່ອແຮງ ຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບ ສ່ວນເຂົ້າໃນໜ້າທີ່ວຽກງານ ພ້ອມທີ່ຈະຄຽງບ່າຄຽງໄຫຼ່ ກັບໝູ່ຄະນະ, ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນພັກ, ພະນັກງານ ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ, ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສູ້ຊົນຈັດຕັ້ງປະຕິບັດ ບັນດາຄາດໝາຍຕ່າງໆ ທີ່ພັກ ແລະ ລັດ ໄດ້ວາງອອກ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນບັນດາຄາດໝາຍ ທີ່ໄດ້ກໍານົດໄວ້ ຢູ່ໃນມະຕິຂອງອົງຄະນະພັກແຂວງ ເພື່ອໃຫ້ບັນລຸ ຕາມຄາດໝາຍ ທີ່ວາງໄວ້.
ໂອກາດດັ່ງກ່າວ ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍ່ໄດ້ໃຫ້ກຽດໂອ້ລົມ ພ້ອມທັງໃຫ້ທິດຊີ້ນຳ ໃນການປະຕິບັດວຽກງານໃນແຕ່ລະດ້ານ ເພື່ອເຮັດໃຫ້ການພັດທະນາ ເສດຖະກິດສັງຄົມ ຢູ່ແຂວງຫຼວງນ້ຳທາ ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.


No comments:

Post a Comment